ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະຊາຊົນ​ຍີ່ປຸ່ນ ​ຈັດ​ງານ​ໂຮມ​ຊຸມນຸມ​ປະ​ທ້ວງ
ເພື່ອ​ສະແດງ​ຫຼັກ​ໝັ້ນ​ ຄັດຄ້ານ​ການປ່ອຍ​ນ້ຳ​ປົນ​ເປື້ອນ​ລັງສີ​ນິວ​ເຄລຍ​ລົງ​ສູ່​ທະເລ​ອີກ​ເທື່ອ​ໜຶ່ງ

     ອີງ​ຕາມ​ຂ່າວສານ​ຊີ​ອາ​ໄອ ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 27 ເມສາ 2024 ຜ່ານ​ມາ​ນີ້​ວ່າ: ຕອນ​ຄ່ຳ​ວັນ​ທີ 26 ເມສາ 2024 ຜ່ານ​ມາ,
ປະຊາ ຊົນ​ຍີ່ປຸ່ນ​ໄດ້​ຈັດ​ງານ​ໂຮມ​ຊຸມນຸມ​ປະ​ທ້ວງ​ຢູ່​ນະຄອນຫຼວງ​ໂຕ​ກຽວ ເພື່ອ​ຄັດຄ້ານ​ລັດຖະບານ​ຍີ່ປຸ່ນ ທີ່​ໄດ້​ປ່ອຍ​ນ້ຳ​ປົນ​ເປື້ອນ​ລັງສີ​
ນິວ​ເຄລຍ​ລົງ​ສູ່​ທະເລ​ອີກ​ເທື່ອ​ໜຶ່ງ ໂດຍ​ບໍ່​ສົນໃຈ​ນຳ​ການ​ຄັດຄ້ານ​ຂອງ​ຝ່າຍ​ຕ່າງໆ ແລະ ​ໄດ້​ສະແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​ໜັກໜ່ວງ​ຕໍ່​
ເຫດການ​ດ້ານ​ຄວາມ​ປອດ​ໄພ​ທີ່​ເກີດ​ຂຶ້ນ​ເລື້ອຍໆ​ໃນ​ຂະ​ບວນ​ການ​ປ່ອຍ​ນ້ຳ​ປົນ​ເປື້ອນ​ລັງສີ​ນິວ​ເຄລຍ​ລົງ​ສູ່​ທະເລ.

     ຜູ້​ປະ​ທ້ວງ​ກ່າວ​ວ່າ, ການ​ທີ່​ປ່ອຍ​ສານ​ກຳ​ມັນ​ຕະ​ພາບ​ລັງສີ​ລົງ​ສູ່​ທະເລ​ນັ້ນ, ເຖິງ​ວ່າ​ປັດຈຸບັນ​ເບິ່ງ​ບໍ່​ອອກ​ຫຍັງ, ແຕ່​ເມື່ອ​ຜ່ານ​ໄປ​ຫຼາຍ​
ສິບ​ປີ ຫຼື ຫຼາຍ​ຮ້ອຍ​ປີ​ແລ້ວ ຈະ​ມີ​ຜົນ​ສະທ້ອນ​ແນວໃດ​ແດ່? ຈະ​ມີ​ຜົນ​ກະທົບ​ຕໍ່​ສິ່ງແວດລ້ອມ ແລະ ມະນຸດ​ເອງ​ບໍ່? ພວກ​ເຮົາ​ມີ​ຄວາມ​
ເປັນ​ຫ່ວງ​ຕໍ່​ເລື່ອງ​ນີ້, ການ​ປ່ອຍ​ນ້ຳ​ປົນ​ເປື້ອນ​ລັງສີ​ນິວ​ເຄລຍ​ຄວນ​ຢຸດ​ເຊົາ​ຢ່າງ​ເດັດຂາດ. ປະຊາຊົນ​ຟຸ​ຄຸ​ຊິ​ມະ​ທີ່​ໄປ​ລີ້​ໄພ​ຢູ່​ແຫ່ງ​ຕ່າງໆ ຍ້ອນ
​ອຸບັດເຫດ​ໂຮງ​ໄຟຟ້າ​ນິວ​ເຄລຍ​ຟຸ​ຄຸ​ຊິ​ມະ ຈຳນວນ​ໜຶ່ງກໍ່​ໄດ້​ເຂົ້າ​ຮ່ວມ​ງານ​ໂຮມ​ຊຸມນຸມ​ດັ່ງກ່າວ.

     ເຂົາເຈົ້າ​ກ່າວ​ວ່າ, ບໍລິສັດ​ພະລັງງານ​ໄຟຟ້າ​ໂຕ​ກຽວ​ ຊຳລະ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ຍ້ອນ​ອຸບັດເຫດ​ນິວ​ເຄລຍ​ຟຸ​ຄຸ​ຊິ​ມະ ການ​ສ້າງ​ຟຸ​ຄຸ​
ຊິ​ມະ​ຄືນໃໝ່ ແລະ ບັນຫາ​ອື່ນໆ ​ລ້ວນ​ແຕ່​ດຳເນີນ​ຢ່າງ​ຊັກ​ຊ້າ​ຫຼາຍ. ການ​ສ້າງສາ​ບ້ານ​ເກີດ​ຄືນໃໝ່ ຍັງ​ເປັນ​ເລື່ອງ​ທີ່​ໄກ​ຫຼາຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 30/04/2024